
ການແຂ່ງຂັນບານໂລກນັດສຸດທ້າຍຂອງກຸ່ມເອອີກໜຶ່ງຄູ່ຈະເປັນການພົບກັນລະຫ່ວາງ ເອວາດໍແລະເຊເນກັດ ຊຶ້ງການແຂ່ງຂັນຄູ່ນີ້ຈະເລີ່ມຂຶ້ນໃນເວລາ 22:00 ນ. ຂອງວັນທີ29ພະຈິກ
ເອວາດໍພົບເຊເນກັດ
ແຂ່ງຂັນວັນທີ29ພະຈິກ2022ເວລາ22:00ນ. ຖ່າຍທອດສົດ
ຕ້ອງບອກເລີຍວ່າການແຂ່ງຂັນຄູ່ນີ້ຈະດຸເດືອດຕ່າງອອກໄປຈາກຄູ່ຂອງເນເທີເເລນກັບກາຕ່າຢ່າງແນ່ນອນເພາະທັ້ງຄູ່ຕ່າງກໍຕ້ອງການ3ຄະແນນເພື່ອທີ່ຈະກາລັງຕີການເຂົ້າຮອບ16ທີມສຸດທ້າຍດັ່ງໄຊຊະນະໃນນັດນີ້ນັ້ນເປັນສິ່ງທີ່ມີຄວາມໝາຍສຳຫຼັບເອວາດໍແລະເຊເນກັດເປັນຢ່າງຫຼາຍທາງດ້ານຄວາມພ້ອມກັບຂອງເອວາດໍຫຼັງຈາກທີ່ສະເໝີກັບເນເທີແລນມາແນ່ນອນວ່າດາວເຕະຄົນສຳຄັນຂອງພວກເຂົາໃນບານໂລກຄັ້ງນີ້ຄືເອັນເນ ວາເລັນເຊຍຊຶ່ງໃນເກມນີ້ເຂົາຈະຕ້ອງລົງມາລ່າຕາຂ່າຍທີມຢ່າງເນເຊກັດອີກແນ່ນອນສ່ວນຕົວຜູ້ຫຼິ້ນອື່ນໆ ກຸຕາໂບ ອັດຟາໂຣ ບໍ່ໜ້າຈະມີການປັບທີມອັນໃດເພີ່ມເຕີມເພາະຊຸດທີ່ຍັງສະເໝີກັບທີມກັງຫັນລົມມາໄດ້ກໍໜ້າຈະເປັນຊຸດທີ່ດີທີ່ສຸດສຳລັບເຂົາແລ້ວແລະການຍືດຜູ້ຫຼິ້ນຊຸດເດີມໄວ້ກ່ອນກໍໜ້າຈະເປັນການດີກວ່າມາປ່ຽນແປງອັນໃດຊ່ວງທ້າຍໆເຊິ່ງບາງທີອາດຈະສົ່ງຜົນໄປເຖິງຄວາມໝັ້ນໃຈຂອງຜູ້ຫຼິ້ນດ້ວຍມາກັນທີ່ທາງດ້ານ ເຊເນກັດເຖິງຈະເອົາຊະນະກາຕ້າມາໄດ້ແຕ່1ປະຕູທີ່ເສຍໃຫ້ກັບເຈົ້າພາບກໍສຳຄັນຢູ່ຄືກັນໂດຍໃນເກມນີ້ພວກເຂົາຕ້ອງຫຼິ້ນໃຫ້ຮັດກຸມກ່ວານີ້ເພາະການເສຍປະຕູງ່າຍໆມັນອາດໝາຍເຖິງການຕົກຮອບໄດ້ເລີຍແລະໃນເກມນີ້ພວກເຂົາໜ້າຈະຍຶດໂຕຜູ້ຫຼິ້ນຊຸດແລກເອົາໄວ້ກ່ອນຄືກັບເອວາດໍເພາະຕ່າງຄົນກໍຕ່າງທີ່ຈະຊະນະມາການໄປປັບປ່ຽນອັນໃດມັນຄົງບໍ່ແມ່ນເລື່ອງດີເທົ່າໃດຫຼາຍຊຶ່ງຜູ້ຮັກສາປະຕູຢ່າງເອດູອາເມນດີ້ແລະກອງຫຼັງຢ່າງຄາລິດູ ຄູລິບາລີ່ ດາວເຕະ
ຂອງພວກເຈົ້າຕ້ອງໄດ້ລົງສະໜາມຢ່າງແນ່ນອນຖ້າຫາກບໍ່ມີອັນໃດຜິດພາດ
ຜົນງານໃນການພົບກັນຂອງທັງສອງທີມ
23ພຶດສະພາ2002ເອວາດໍແພ້ເຊເນກັດ0-1(ກະຊັບມິດ)
25ພະຈິກ2022ເນເທີແລນ1-1(ບານໂລກ2022)
20ພະຈິກ2022ຊະນະກາຕາ2-0(ບານໂລກ2022)
12ພະຈິກ2022ສະເໝີ ອີຮັກ0-0(ກະຊັບມິດ)
27ກັນຍາ2022ສະເໝີ ຍີ່ປຸ່ນ0-0(ກະຊັບມິດ)
23ກັນຍາ2022 ສະເໝີ ຊາອຸດີອາລາເບຍ0-0(ກະຊັບມິດ)
ເຊເນກັດ
25ພະຈິກ2022ຊະນະກາຕາ3-1(ບານໂລກ2022)
21ພະຈິກ2022ແພ້ເນເທີແລນ0-2(ບານໂລກ2022)
27ກັນຍາ2022ສະເໝີ ອີ່ລ່ານ1-1(ກະຊັບມິດ)
24ກັນຍາ2022ຊະນະໂບລິເວຍ2-0(ກະຊັບມິດ)
17ມິຖຸນາ2022ສະເໝີໂມຊຳບິດ1-1(ຊະນະຈຸດໂທດ4-2ໂຄຊາຟາຄັບ)