
ເຊິ່ງການແຂ່ງຂັນຄູ່ນີ້ແມ່ນຈະເລີ່ມຂຶ້ນໃນເວລາ 22:00 ນ. ຂອງວັນທີ 09 ທັນວາ ຖ່າຍທອດສົດ
ໂຄເອເຊຍ ຜ່ານເຂົ້າຮອບ 8 ທີມດ້ວຍການເອົາຊະນະ ຢີ່ປຸ່ນໃນການດວນຈຸດໂທດ ສ່ວນ ບຣາຊິວ ເຂົ້າຮອບມາດ້ວຍການຖະລົ່ມເກົາຫລີໃຕ້ 4-1 ດັ່ງນັ້ນ ໃນເກມນີ້ເລື່ອງຂອງສະພາບຄວາມຟິດທັບແຊມບ້າໜ້າຈະເໜືອກ່ວາທີມຕາໝາກລຸກຢູ່ພໍສົມຄວນ ໂຄເອເຊຍ ນັ້ນເຄີຍພົບກັບ ບຣາຊິວ ໃນບານໂລກ 2006 ແລະ 2014 ເຊິ່ງພວກເຂົາກໍແພ້ໄປທັງ 2ເກມ ແລະເຖິງແມ່ວ່າຕອນນີ້ທີມຕາໝາກລຸກຈະມີຟອມທີ່ແຂງແກ່ງກ່ວາເດີມກໍຕາມ ແຕ່ສຸດທ້າຍພວກເຂົາກໍໜ້າຈະຕ້ານທີມເຕັງ 1 ຢ່າງບຣາຊິວບໍ່ໄຫວຢູ່ດີ ແລະບໍ່ໜ້າຈະຍື້ໄປເຖິງການດວນຈຸດໂທດໄດ້ໃນແບບນັດລ່າສຸດ ທາງດ້ານຄວາມພ້ອມຂອງ ໂຄເອເຊຍ ພວກເຂົາຄົງຈະບໍ່ໄດ້ປ່ຽນແປງທີມຫລາຍ ເຊິ່ງນັກເຕະຢ່າງ ໂດມິນິກ ລິວາໂຄວິດ ນາຍທະວານທີ່ເປັນຮີ່ໂລ້ໃນການດວນຈຸດໂທດ ມາເຊໂລ ໂບໂຊວິດ, ມາເຕໂອ ໂຄວາຊິດ, ລູກາ ໂມດິດ, ແລະ ອີວານ ເປຣີຊິດ ກໍຄົງພ້ອມທີ່ຈະລົງສະໜາມດ້ວຍກັນທັງໝົດ ສຳລັບທາງຝັ່ງຂອງ ບຣາຊິວ ທີ່ໄດ້ເນມາ ກັບມາຈາກອາການບາດເຈັບທີມຂອງພວກເຂົາກໍສົມບູນຂຶ້ນໄປອີກ ແນ່ນອນວ່າພວກເຂົາມີ 11ໂຕຈິງທີ່ດີທີ່ສຸດຢູ່ແລ້ວ ດັ່ງນັ້ນ ຈຶ່ງບໍ່ໝ້າຈະມີການປ່ຽນແປ່ງໂຕນັກເຕະ ເຊິ່ງໂຕຜູ້ຫລິ້ນຢ່າງ ຄາເຊມິໂລ, ວິນີຊີອຸດ ຈູເນ່ຍ, ເນມາຣ, ແລະ ຣິຊາ ຣິຊອນ ໜ້າຈະໄດ້ລົງສະໜາມກັນຢ່າງພ້ອມພຽງ
ຜົນງານໃນການພົບກັນລະຫວ່າງທັງ 2 ທີມ
03 ມິຖຸນາ 2018 ບຣາຊິວ ຊະນະ ໂຄເອເຊຍ 2-0 (ກະຊັບມິດ)
12 ມິຖຸນາ 2014 ບຣາຊິວ ຊະນະ ໂຄເອເຊຍ 3-1 (ບານໂລກ 2014)
13 ມິຖຸນາ 2006 ບຣາຊິວ ຊະນະ ໂຄເອເຊຍ 1-0 (ບານໂລກ 2006)
17 ສິງຫາ 2005 ໂຄເອເຊຍ ສະເໝີ ບຣາຊິວ 1-1 (ກະຊັບມິດ)