ວິເຄາະບານຄືນນີ້ບານໂລກ 2022: ອີຣານ ພົບສະຫະລັດອາເມລິກາ fifa world cup 2022

 

ວິເຄາະບານຄືນນີ້ບານໂລກ 2022: ອີຣານ ພົບສະຫະລັດອາເມລິກາ.fifa world cup 2022

ແທງບານ sbobet

ການແຂ່ງຂັນບານໂລກນັດສຸດທ້າຍຂອງກຸ່ມບີ ອີກໝຶ່ງຄູ່ຈະເປັນການພົບກັນລະຫວ່າງອີຣານ ກັບ ສະຫະລັດອາເມລິກາ ຊຶ່ງການແຂ່ງຂັນຄູ່ນີ້ຈະເລີ່ມຂື້ນໃນເວລາ 2:00 ນາທີ ຂອງຄືນວັນທີ 29 ພະຈິກ 

ອີຣານ ພົບກັບ ສະຫະລັດອາເມລິກາ 

ແຂ່ງຂັນວັນທີ 29 ພະຈິກ 2022 ເວລາ 2:00 ນາທີ ຖ່າຍທອດສົດການໂຄຈອນກັບມາພົບກັນອີກຄັ້ງໃນຮອບ 22 ປີຂອງ ອີຣານ ແລະ ສະຫະລັດອາເມລິກາ ຊຶ່ງພວກເຂົາພົບກັນລ່າສຸດໃນເກມກະສັບມິດເມື່ອປີ 2000 ຊຶ່ງທັງຄູ່ຍັງເຄີຍພົບກັນໃນລາຍການເມເຈີມາອີກດ້ວຍນັ້ນກໍຄືບານໂລກໃນປີ 1998 ອີຣານ ເພິ່ງຈະພິກເອົາຊະນະ ເວລ ມາໄດ້ 2-0 ໃນຊ່ວງທ້າຍເກມ ຫຼັງຈາກທີ່ນັດແລກໄປແພ້ຍັບໃຫ້ກັບ ອັງກິດ ເຖິງ 6 ປະຕູ ເຮັດໃຫ້ໃນຕອນນີ້ພວກເຂົາມີ 3 ຄະແນນຢູ່ໃນມື ແລະ ຖ້າຫາກພວກເຂົາເອົາຊະນະ ສະຫະລັດອາເມລິກາ  ໃນເກມນີ້ໄປໄດ້ ໂອກາດເຂົ້າຮອບ 16 ທີມຂອງພວກເຂົາຈະມີສູງເລີຍທີ່ດຽວ

ສ່ວນທາງຝັ່ງຂອງ ສະຫະລັດອາເມລິກາ ພວກເຂົາມີພຽງແຄ່ 2 ແຕ້ມເທົ່ານັ້ນໃນຕອນນີ້ເຊິ່ງກໍ່ເປັນງານຍາກທີ່ພວກເຂົາຈະລຸ້ນຜ່ານຮອບແບ່ງກຸ່ມໄປໄດ້ໃນບານໂລກຄັ້ງນີ້ ແຕ່ຢ່າງໃດກໍ່ຕາມໃນເກມນີ້ພວກເຂົາຕ້ອງຊະນະເອົາໄວ້ກ່ອນແລ້ວຄ່ອຍໄປລຸ້ນຜົນຂອງອີກຄູ່ກັນອີກເທື່ອ ທາງດ້ານຄວາມພ້ອມຂອງອີຣານ ເຖິງແມ້ວ່າທາງ ຊາດາອັລມຸນ ແລະ ເມດີ ທາເຣມີ ຈະບໍ່ໄດ້ມີຊື່ທຳປະຕູໃນເກມກັບ ເວລ ແຕ່ພວກເຂົາກໍ່ຄົງໄດ້ລົງເປັນຕົວຈິງໃນເກມນີ້ເຊັ່ນເຄີຍ ໂດຍທີ ຣູເບສ ເຊມີ  ສຳຮອງທີ່ລົງມາຍິງປະຕູເບີກຮ່ອງໃຫ້ກັບທີມໃນເກມນີ້ເຂົາອາດຈະໄດ້ລົງມາແທນ ອາມັດ ຣູລໍລາຮີ ຕັ້ງແຕ່ຕົ້ນເກມເລີຍກໍເປັນໄດ້ ແລະ ຕໍາແນ່ງອື່ນນອກເໜືອຈາກນີ້ໜ້າຈະຍັງບໍ່ມີການປັບປ່ຽນອີຫຍັງມາກັນທີ່ທາງຝັ່ງຂອງ ສະຫະລັດອາເມລິກາ ຫຼັງຈາກສະເໝີກັບ ອັງກິດມາໄດ້ ພວກເຂົານ້າຈະຍຶດຜູ້ຫຼິ້ນຊຸດເດີມເອົາໄວ້ກ່ອນ ແຕ່ກໍ່ຕ້ອງເພີ່ມຄວາມສຽບຄົມເຂົ້າໄປລາຍກວ່ານີ້ຖ້າຫາກຢາກຈະໃຫ້ມີປະຕູເກີດຂື້ນໃນເກມ ອີກທັງພວກເຂົາຍັງມີທີ່ເດັດບົນມ້ານັ່ງສຳຮອງຢ່າງໂຈວານນີ ເຮນາ ແລະ ເບຣນເດັນ ແອຮອນສັນ ຢູ່ອີກດ້ວຍ 

ແທງບານ sbobet. fifa world cup 2022

ຜົນງານໃນການພົບກັນຂອງທັງສອງທີມ

16 ມັງກອນ 2000 ອີຣານ ສະເໝີ ສະຫະລັດອາເມລິກາ 1-1 (ກະສັບມິດ)

21 ມິຖຸນາ 1998 ອີຣານ ຊະນະ ສະຫະລັດອາເມລິກາ 2-1 (ບານໂລກ 1998)

ຜົນງານ 5 ນັດຫຼັງສຸດຂອງທັງສອງທີມ

ອີຣານ

25 ພະຈິກ 2022 ຊະນະ ເວລ 2-0 (ບານໂລກ 2022)

21 ພະຈິກ 2022 ແພ້ ອັງກິດ 2-6 (ບານໂລກ 2022)

16 ພະຈິກ 2022 ແພ້ ຕູນິເຊຍ 0-2 (ກະສັບມິດ)

10 ພະຈິກ 2022 ຊະນະ ນິກາຣາກວາ 1-0 (ກະສັບມິດ)

27 ກັນຍາ 2022 ສະເໝີ ເຊເນກັສ 1-1 (ກະສັບມິດ)

ສະຫະລັດອາເມລິກາ

25 ພະຈິກ 2022 ສະເໝີ ອັງກິດ 0-0 (ບານໂລກ 2022)

21 ພະຈິກ 2022 ສະເໝີ ເວລ  1–1  (ບານໂລກ 2022)

28 ກັນຍາ 2022 ສະເໝີ ຊາອຸດິອາຣະເບຍ 0-0 (ກະສັບມິດ)

23 ກັນຍາ 2022 ແພ້ ຍີ່ປຸ່ນ 0-2 (ກະສັບມິດ)

15 ມິຖຸນາ 2022 ສະເໝີ ເອວຊາວາດໍ 1-1 (ຄອນຄາເຟບ ເນຊັ່ນລີກ)

ແທງບານ sbobet. fifa world cup 2022

Share on facebook
Facebook
Share on twitter
Twitter
Share on linkedin
LinkedIn
Share on whatsapp
WhatsApp
Share on telegram
Telegram

ຕິດຕໍ່

ສະໝັກ ເຂົ້າສູ່ລະບົບ
ໂປຣໂມຊັ່ນ ຕິດຕໍ່