
ຍີ່ປຸ່ນ vs ໂຄຣເອເຊຍ
ຍີ່ປຸ່ນ vs ໂຄຣເອເຊຍ ເປັນການແຂ່ງຂັນບານໂລກຮອບ 16 ທີມ ເຊິ່ງການແຂ່ງຂັນຄູ່ນີ້ ຈະເລີ່ມແຂ່ງຂັນໃນເວລາ 22:00 ໂມງ ຂອງວັນທີ 5 ທັນວາ, ຖ່າຍທອດສົດ.
ຍີ່ປຸ່ນ ຜ່ານເຂົ້າຮອບ 16 ທີມ ດ້ວຍການເປັນແຊ້ມກຸ່ມ E ຫຼັງຈາກເອົາຊະນະ ສະເປນ ໃນນັດສຸດທ້າຍຂອງຮອບແບ່ງກຸ່ມ, ສວນ ໂຄຣເອເຊຍ ໄດ້ເຂົ້າຮອບດ້ວຍການເປັນຮອງແຊ້ມກຸ່ມ F. ຫຼັງຈາກທີ່ເຮັດໄດ້ພຽງແຕ່ສະເໝີກັບເບວຢຽມໃນເກມຫຼາສຸດ
ທັບ ຊາມູໄຣ ມີໂອກາດຜ່ານເຂົ້າຮອບ 8 ທີມ ທີມສຸດທ້າຍ ໄດ້ເປັນຄັ້ງທໍາອິດໃນປະຫວັດສາດ ຖ້າພວກເຂົາເອົາຊະນະທີມ ຕາໝາກລຸກໃນຮອບນີ້ ແຕ່ມັນອາດຈະບໍ່ແມ່ນວຽກງ່າຍ ແລະເຖິງແມ່ນວ່າຟອມຂອງທິມຊາດ ໂຄເອເຊຍ ຈະບໍ່ຂອຍດີຫຼາຍປານໃດໃນຮອບແບ່ງກຸ່ມ ແຕ່ຢ່າລືມວ່າພວກເຂົາເປັນທີມຮອງຊະນະເລີດຂອງໂລກໃນປີ 2018
ດັ່ງນັ້ນ ຖ້າເຈົ້າບອກວ່າທິມໃດທິມໜຶ່ງຜ່ານເຂົ້າຮອບຮອງຊະນະເລີດ ເຈົ້າຍັງຕ້ອງບອກວ່າ ໂຄຣເອເຊຍ ຢູ່ ແຕ່ຍີ່ປຸ່ນ ເອງກໍອາດສ້າງເຊີໄພຍັງກາໄດ້ໃຫ້ເຮົາເຫັນເພາະໃນຮອບທີ່ຜ່ານມາພວກເຂົາເອົາຊະນະໄດ້ທັງ ເຢຍລະມັນ ແລະ ສະເປນ ມາແລ້ວທາງດ້ານຄວາມພ້ອມຂອງ ຍີ່ປຸ່ນ ໃນເກມນີ້ ອາດຈະໃຊ້ແຜນຫຼັງ 3 ຄົນຄືເກົ່າ ເພາະເກມຫຼາສຸດກໍຢຸດເກມບຸກຂອງສະເປນໄດ້ຢູ່ໝັດ ດັ່ງນັ້ນຜູ້ຮັກສາປະຕູແລະກອງຫລັງໜ້າຈະຍັງໃຊ້ນັກເຕະຊຸດເກົ່າ ສ່ວນເກມບຸກ ນັກເຕະຢ່າງ ຣິສຶ ໂດອັນ , ທາຄູມະ ອາຊາໂນ ແລະ ຄາໂອຣຸ ມິໂຕມະ ໜ້າຈະເເປັນໂຕສຳຮອງທີເດັດໃນຊວງເຄິງຫຼັງຕາມເຄີຍ ແລະທາງຝັ່ງໂຄເອເຊຍ ພວກເຂົາອາດຈະບໍ່ໄດ້ມີການປ່ຽນໂຕນັກເຕະໃນເກມນີ້ ໂດຍນັກເຕະຢ່າງ ມາເຊໂລ ໂບໂຊວິດ, ມາເຕໂອ ໂຄວາຊິດ, ລູກ້າ ໂມດິດ ແລະອີວານ ເປຣິຊິດ ໜ້າຈະໄດ້ລົງຢ່າງພ້ອມພ່ຽງໃນເກມນີ້
ຜົນງານໃນການພົບກັນລະຫວ່າງສອງທີມ
18 ມິຖຸນາ 2006 ຍີ່ປຸ່ນ 0-0 ໂຄຣເອເຊຍ (ບານໂລກ 2006)
20 ມິຖຸນາ 1998 ຍີ່ປຸ່ນ ເສຍໃຫ້ ໂຄຣເອເຊຍ 0-1 (ບານໂລກ 1998)
ການລົງບານ sbobet fifa world cup 2022
ຍີ່ປຸ່ນ
ວັນທີ 1 ທັນວາ 2022 ເອົາຊະນະ ສະເປນ 2-1 (ບານໂລກ 2022)
ວັນທີ 27 ພະຈິກ 2022 ເສຍໃຫ້ ຄອດຕາຣິກາ 0-1 (ບານໂລກ 2022)
ວັນທີ 23 ພະຈິກ 2022 ເອົາຊະນະ ເຢຍລະມັນ 2-1 (ບານໂລກ 2022)
ວັນທີ 17 ພະຈິກ 2022 ເສຍໃຫ້ 1-2 ການາດາ (ກະຊັບມິດ)
ວັນທີ 27 ກັນຍາ 2022 ສະເໝີ ເອກົວດໍ 0-0 ((ກະຊັບມິດ)
ໂຄຣເອເຊຍ
ວັນທີ 1 ທັນວາ 2022 ເບວຢຽມ 0-0 (ບານໂລກ 2022)
ວັນທີ 27 ພະຈິກ 2022 ເອົາຊະນະ ການາດາ 4-1 (ບານໂລກ 2022)
ວັນທີ 23 ພະຈິກ 2022 ສະເໝີ ໂມຣັອກໂຄ 0-0 (ບານໂລກ 2022)
ວັນທີ 16 ພະຈິກ 2022 ເອົາຊະນະ ຊາອຸດິອາຣາເບຍ 1-0 ( ກະຊັບມິດ )
ວັນທີ 26 ກັນຍາ 2022 ເອົາຊະນະ ອອສເຕເຣຍ 3-1 (ຢູຟ່າ ເນຊັນລີກ)
ການລົງບານ fifa world cup 2022