
ການເເຂ່ງຂັນບານໂລກຮອບ 16 ທີມສຸດທ້າຍຄູ່ທຳອິດຈະເປັນການພົບກັນລະຫວ່າງ ເນເທີແລນ ເເລະ ອາເມລິກາ ເຊິ່ງການເເຂ່ງຂັນຄູ່ນີ້ຈະເລີ່ມຂື້ນເວລາ 22:00 ນ
ຂອງວັນທີ3ທັນວາເນເທີເເລນ ພົບ ອາເມລິກາ
ເເຂ່ງຂັນວັນທີ3ທັນວາ 2022 ເວລາ 22:00ນ ຖ່າຍທອດສົດເນເທີແລນຜ່ານເຂົ້າຮອບ16ທີມມາດ້ວຍການເປັນເເຊ້ມກຸ່ມເອ ສ່ວນອາເມລິກາເຂົ້າຮອບມາດ້ວຍການເປັນຮອງເເຊ້ມກຸ່ມບີ ໃນເກມນີ້ເເນ່ນອນວ່າເນເທີເເລນ ນັ້ນດູດີກວ່າຫຼາຍ
ບໍ່ວ່າຈະເປັນເລື່ອງຂອງນັກເຕະເເລະຟອມການຫຼີ້ນ
ໂດຍທີມກັງຫັນລົມນັ້ນເກັບໄຊຊະນະໃນຮອບແບ່ງກຸ່ມໄປ2ນັດ ເເລະ ສະເໝີອີກ 1 ນັດ ໂດຍທີ່ບໍ່ເເພ້ໃຫ້ໃຜເລີຍ ສ່ວນອາເມລິການັ້ນຄວ້າໄຊໄປໄດ້ພຽງນັດດຽວ ເເລະ ສະເໝີໄປອີກ2ເກມດັ່ງນັ້ນເກມນີ້ໜ້າຈະບໍ່ເເມ່ນງານທີ່ຍາກອີ່ຫຍັງຂອງເນເທີແລນຊຶ່ງພວກເຂົາກໍ່ໜ້າຈະຜ່ານເຂົ້າຮອບ8ທີມໄປໄດ້ ຖ້າຫາກບໍ່ມີຫຍັງຜິດພາດ
ທາງດ້ານຄວາມພ້ອມຂອງທີມເນເທີເເລນ
ໜ້າຈະໃຊ້ຜູ້ຫຼີ້ນຊຸດເກົ່າທີ່ເຈິກັບກາຕາໃນເກມຫຼ້າສຸດເອົາໄວ້ກ່ອນໂດຍຜູ້ຫຼີ້ນຕົວຫຼັກຢ່າງ ເຟີຈິວ ຟານໄດ,ແຟງກີ້ເດິຍອງ,ເມມຟິວເດປາຍ,ແລະ ໂຄດີ້ ກັດໂປໜ້າຈະພ້ອມລົງສະໜາມໃນເກມນີ້ທັງໝົດສ່ວນທາງດ້ານຂອງອາເມລິກາເຖິງເເມ້ຈະເປັນຮອງ ເເຕ່ພວກເຂົາກາຕ້ອງໄດ້ຈັດຜູ້ຫຼີ້ນທີ່ດີທີ່ສຸດລົງມາໃນເກມນີ້ ໂດຍນັກເຕະຢ່າງ ເເຊຣຈິນໂຢ່ ເດສ,ເວສຕັນ ເເມ໊ດເຄນນີ່,ຄຣິສຕຽນ ພູລິຊີສ ເເລະ ທີໂມຣີ ເວອາ ໜ້າຈະໄດ້ລົງຫຼີ້ນໃນເກມນິກັນຢ່າງພ້ອມພຽງ
ແທງບານsbobet. fifa world cup 2022
ຜົນງານໃນການພົບກັນຂອງທັງສອງທີມ
5 ມິຖຸນາ 2015 ເນເທີເເລນ ເເພ້ອາເມລິກາ 3-4 (ກະຊັບມິດ)
3 ມີນາ 2010 ເນເທີເເລນ ຊະນະອາເມລິກາ 2-1 (ກະຊັບມິດ)
18 ກຸມພາ 2004 ເນເທີເເລນ ຊະນະ ອາເມລິກາ 1-0 (ກະຊັບມິດ)
19 ພຶດສະພາ 2002 ອາເມລິກາ ເເພ້ ເນເທີເເລນ 0-2(ກະຊັບມິດ)
21 ກຸມພາ 1998 ອາເມລິກາ ເເພ້ ເນເທີເເລນ 0-2 (ກະຊັບມິດ)
ເນເທີເເລນ
29 ພະຈິກ 2022 ຊະນະ ກາຕາ 2-0(ບານໂລກ 2022)
25 ພະຈິກ 2022 ສະເໝີ ເອກົວດໍ 1-1 (ບານໂລກ 2022)
21 ພະຈິກ 2022 ຊະນະ ເຊເນກັດ 2-0 (ບານໂລກ2022)
25 ກັນຍາ 2022 ຊະນະ ເບວຢ້ຽມ1-0 (ຢູຟ້າເນຊັ້ນລີກ)
22 ກັນຍາ 2022 ຊະນະ ໂປຣເເລນ 2-0 (ຢູຟ້າເນຊັ່ນລີກ)
ອາເມລິກາ
29 ພະຈິກ 2022 ຊະນະ ອີລານ 1-0 (ບານໂລກ 2022)
25 ພະຈິກ 2022 ສະເໝີອັງກິດ 0-0 (ບານໂລກ2022)
21 ພະຈິກ 2022 ສະເໝີເວວ 1-1 (ບານໂລກ 2022)
28 ກັນຍາ 2022 ສະເໝີ ຊາອຸດິອາຣາເບຍ0-0( ກະຊັບມິດ)
23 ກັນຍາ 2022 ເເພ້ ຍີ່ປຸນ0-2 ( ກະຊັບມິດ)