ວິເຄາະບານໂລກ 2022 ໂມລ໋ອກໂກ ພົບ ໂປຣຕຸເກສ (ຮອບ 8 ທີມ) Fifa world cup 2022

ວິເຄາະບານໂລກ 2022 ໂມລ໋ອກໂກ ພົບ ໂປຣຕຸເກສ (ຮອບ 8 ທີມ) Fifa world cup 2022

ໂມລ໋ອກໂກ vs ໂປຣຕຸເກສ

ແທງບານ sbobet

ໂມລ໋ອກໂກ vs ໂປຣຕຸເກດ ແມ່ນບານໂລກຮອບ 8 ທີມສຸດທ້າຍ ເຊິ່ງການແຂ່ງຂັນຂອງຄູ່ນິ້ແມ່ນຈະເລີ່ມຂຶ້ນໃນເວລາ 22:00, ຂອງວັນທີ 10 ທັນວາ ຖ່າຍທອດສົດ 

ໂມລ໋ອກໂກ ຜ່ານເຂົ້າສູ່ຮອບ 8 ທີມໂດຍການເອົາຊະນະ ສະເປນ ໃນການດວນຈຸດໂທດ ສ່ວນ ໂປຣຕຸເກສ ເຂົ້າຮອບມາໂດຍການຖະຫລົ່ມ ສະວິສເຊີຣແລນ 4-1 ດັ່ງນັ້ນໃນເກມນີ້ເລື່ອງຂອງສະພາບຄວາມຟິດທັບຝອຍທອງໜ້າຈະເໜືອກວ່າທີມຈາກ ແອັບຟຣິກາ ຢູ່ພໍສົມຄວນ 

ເຖິງຢ່າງໃດກໍຕາມ ໂມລ໋ອກໂກຣ ຕອນນີ້ນັ້ນມີຄວາມໜັ້ນໃຈຢູ່ເຕັມປ່ຽມ ເພາະພວກເຂົາລົ້ມໄດ້ທັງ ເບວຢ່ຽມ ແລະ ສະເປນ ມາ  ດັ່ງນັ້ນ ການມາເຈີກັບ ໂປຣຕຸເກສ ພວກເຂົາຄົງບໍ່ຕ້ອງກັງວົນຫຍັງມາກມາຍເຖິງເບິ່ງຈາກໂຕຜູ້ເລ່ນພວກເຂົາຈະເປັນຮອງກໍຕາມ

 ເກມນີ້ຍັງບໍ່ສາມາດບອກຫຍັງລ່ວງໜ້າໄດ້ຫລາຍວ່າໃຜຈະເປັນຜູ້ຊະນະ ແລະ ມີໂອກາດສູງທີ່ເກມຈະຢືດຍາວໄປຮອດການດວນຈຸດໂທດເຊິ່ງທັງສອງທີມກໍເປັນທີມທີ່ມີສະຖິຕິການຍິງຈຸດໂທດທີ່ດີ ດັ່ງນັ້ນ ຫາກຝ່າຍໃດເຮັດໄດ້ດີກວ່າ ຄົມກ່ວາ ແລະ ແນ່ນອນວ່າກໍຄົງຈະເປັນຜູ້ຊະນະໃນເກມນີ້ ທາງດ້ານຄວາມພ້ອມຂອງ ໂມລ໋ອກໂກ ພວກເຂົາຄົງບໍ່ຈຳເປັນຕ້ອງປ່ຽນທີມຫລາຍຕຳແໜ່ງ ເພາະນັກເຕະຢ່າງ ຢາສຊີນ ບູໂນ່ ມືໂກທີ່ເປັນຮີ່ໂຣ່ໃນການດວນຈຸດໂທດ, ອັຊຣາຟ ຮາຄີນີ້, ນູສແຊ ມາຊາອຸຍ , ຮາຄິມ ຊີເຍກ, ແລະ ຢູເຊຟ ອ່ອງເນໂຊຣີ່ກໍຄົງຈະພ້ອມລົງສະໜາມດ້ວຍກັນທັງໝົດ ສ່ວນຝັ່ງຂອງ ໂປຣຕຸເກສ ເຖິງວ່າຈະບໍ່ໄດ້ໃຊ້ງານ ຄຣິດຕ່ຽນໂນ່ ໂຣນັລໂດ້ ເປັນໂຕຈິໃນເກມລ່າສຸດ ແຕ່ພວກເຂົາກໍຍັງຖະລົ່ມທີມຈາກແດນນາລິກາໄປໄດ້ ເຊິ່ງຄາດວ່າເກມນີ້ສະຕາຣດັງຊາວ ໂປຕຸກຣີດໂວ 37ປີ ກໍຄົງຈະນັ່ງໃນມ້ານັ່ງສຳຮອງເໝືອນເດີມ ແລະ ຜູ້ຫລິ້ນຢ່າງ ແບຣ່ນາໂດ ຊິວວາ, ບຣູໂນ່ ແຟຣນັລເດສ, ເຈົາ ເຟຣິກ ແລະ ກອນຊາໂຣ່ ຣາມອສ , ແຮັດທຣິກຮີ່ໂຣ່ຈາກເກມກ່ອນໜ້າຈະໄດ້ລົງຫລິ້ນໃນສະໜາມກັນຢ່າງພ້ອມພຽງ 

ຜົນງານໃນການພົບກັນຂອງທັງ 2 ທີມ

20 ມິຖຸນາ 2018 ໂປຣຕຸເກສ ຊະນະ ໂມຣລ໋ອກໂກ 1-0 (ບານໂລກ 2018)

11 ມິຖຸນາ 1986 ໂປຣຕຸເກສ ແພ້ ໂມຣລ໋ອກໂກ 1-3 (ບານໂລກ 1986)

ແທງບານ sbobet

ຜົນງານ 5 ນັດຫລັງສຸດຂອງທັງ 2 ທີມ ໂມຣລ໋ອກໂກ  

06 ທັນວາ 2022 ສະເໝີ ສະເປນ 0-0 (ຊະນະຈຸດໂທດ 3-0 ບານໂລກ 2022) 

01 ທັນວາ 2022 ຊະນະ ແຄນນາດາຣ 2-1 (ບານໂລກ 2022) 

27 ພະຈິກ 2022 ຊະນະ ເບ່ວຢ່ຽມ 2-0 (ບານໂລກ 2022) 

23 ພະຈິກ 2022 ສະເໝີ ໂຄເອເຊຍ 0-0 (ບານໂລກ 2022) 

17 ພະຈິກ 2022 ຊະນະ ຈໍເຈຍ 3-0 (ກະຊັບມິດ) ໂປຣຕຸເກສ 

06 ທັນວາ 2022 ຊະນະ ສະວິດເຊີຣແລນ 6-1 (ບານໂລກ 2022)

 02 ທັນວາ 2022 ແພ້ເກົາຫລີໃຕ້ 1-2 (ບານໂລກ 2022)

 27 ພະຈິກ 2022 ຊະນະ ອຸຣຸກໄວ 2-0 (ບານໂລກ 2022) 

23 ພະຈິກ 2022 ຊະນະ ກາຣນ່າ 3-2 (ບານໂລກ 2022) 

18 ພະຈິກ ຊະນະ ໄນຈີເຣຍ 4-0  (ກະຊັບມິດ)           

ແທງບານ sbobet

Share on facebook
Facebook
Share on twitter
Twitter
Share on linkedin
LinkedIn
Share on whatsapp
WhatsApp
Share on telegram
Telegram

ຕິດຕໍ່

ສະໝັກ ເຂົ້າສູ່ລະບົບ
ໂປຣໂມຊັ່ນ ຕິດຕໍ່