
ໃຜຈະສົມຫວັງເຂົ້າຊິງ
ວິເຄາະບານໂລກ 2022 ຮອບຮອງ ຊະະນະເລີດ ນັກເຕະໂ້າຂາວອາເຈນຕິນ່າ ເປີດສຶກດວນເດືອດກັບທັບ ໂຄເເອັດ ໂຄເອເຊຍ ຈອມລົ້ມຍັກຜູ້ໂຄ່ນເຕັງໜຶ່ງເເຊມບ້າບາຊິວ ຖືເປັນຄູ່ສຸດມັນ
ນັກເຕະ ໂຄເອເຊຍ ມີສະຖິຕິເກມ ຮັບຍອດຢ້ຽມທັງທົວນາເມັ້ນເສຍພຽງເເຕ່ 3 ປະຕູ
ເເຖມຍັງມີໂຄມີນິກ ລີວາໂຄວິດ ຜູ້ຮັກສາປະຕູ ຟອມໜຽວໜຶບເປັນ ຈອມເຊບຈຸດໂທດທີ່ບໍ່ ມີໃຜຢາກຍື້ໂຄເອເຊຍຮອດ 120ນາທີເຮັດໃຫ້ເກມຄູ່ນີ້ອາເຈນຕິນ່າ ພົບ ໂຄເອເຊຍທັບຟ້າຂາວເຈິບາຊິວ ທີ່ເປັນເກມບຸກດ້ວຍກັນອາດ ງ່າຍກວ່າເຈິເຈົ້າພໍ່ເກມຮັບທີ່ໃຜກໍ່ເຈາະຍາກໄປຊົມບົດ ວິເຄາະທຳນາຍບານໂລກ ອາເຈນຕິນາ ພົບໂຄເອເຊຍ ເວລາ 02:00ນ ຄືວັນອັງຄານທີ 13 ທັນວາ 2565 ຊ່ອງທາງຖ່າຍທອດສົດ
ທັບຟ້າຂາວຈະຂາດ ຟູເເບັກທັງ ສອງຂ້າງມາກອສ ອະຄຸນຍ່າ ເເລະກອນຊາຍໂລ່
ມອນຊຽວ ຈາກການຕິດໂທດ ເເບນໃບເຫຼືອງ ຄົບ2ໃບເເຕ່ຍັງເຫຼືອ ນິໂກລັສ ຕາຍາຟິໂກ້ ເເບັກຊ້າຍຝີເທົ້າ ດີອີກຄົນລົງມາເສີມເເນວຮັບ ສ່ວນຝັ່ງຂວາບໍ່ມີບັນຫາຍັງເປັນນາຣູເອສ ໂມລີນາທີ່ປັກຫຼັກຍຶດໂຕຈິງຄອຍບັນຊາຄຸມເກມທາງດ້ານຂວາໂດຍລວມເເລ້ວເເນວຮັບບໍ່ໜ້າຫ່ວງເທົ່າໃດ ຄາດວ່າລີໂອເນວ ສະຄາໂລນີ່ ກຸນຊືໃຫຍ່ທັບອາເຈນ
ໜ້າຈະມີການປັບທັບພໍສົມຄວນດ້ວຍການກັບມາໃຊ້ລະບົບ 4 ຄືເກົ່າວາງໂຕເກົາຢ່າງອັງເດວ ດິມາເຣຍ ກັບມາເປັນໂຕຈິງ
ອາໃສປະສົບການລົງມາປ່ວນເເນວຮັບໂຄເອເຊຍຮ່ວມກັບເມສຊີ
ເເລະຣູລຽນ ອັສວາເຣດ ເບິກປະຕູທຳອິດຄາຍຄວາມກົດດັນໃຫ້ໄວທີ່ສຸດ
22 ພະຈິກ 2022 ຮອບເເບ່ງກຸ່ມ ອາເຈນຕິນ່າ 1-2 ຊາອຸດິອາຣາເບຍ
26ພະຈິກ 2022 ຮອບເເບ່ງກຸ່ມ ອາເຈນຕິນ່າ 2-0 ເມັກຊິໂກ
30 ພະຈິກ 2022 ຮອບເເບ່ງກຸ່ມ ໂປເເລນ0-2 ອາເຈນຕິນ່າ
3 ທັນວາ 2022 ຮອມ 16ທີມ ອາເຈນຕິນ່າ 2-1 ອອສເຕເລຍ
9 ທັນວາ 2022 ຮອບ 8 ທີມ ເນເທີເເລນ 2-2 ອາເຈນຕິນ່າ
(ໂຄເອເຊຍຊະນະດວນຈຸດໂທດ 4:3)
ຄວາມພ້ອມທີມຊາດ
ໂຄເອເຊຍ : ອັນດັບ 12 FIFA Ranking ຊລັສໂກ້ ດາຣິສ ກຸນຊືທັບໂຄແອັສມີສະພາບທີມຂ້ອນຂ້າງສົມບູນຂ້າງພຽງກອງຫຼັງຈາກບາເຢິນມິວນິກ ໂຈຊິບ ສະຕານິຊິບທີ່ມີປັນຫາອາການບາດເຈັບຖ້າເຊັກຄວາມຟິດ ເເຕ່ລາຍນີ້ບໍ່ໄດ້ລົງສະໜາມເລີຍຕັ້ງເເຕ່ເກມທຳອິດຖືວ່າບໍ່ມີຜົນໃດໆ ກັບການຈັດທີມທີ່ຍັງເນັ້ນບັນດາໂຕເກົາຢ່າງຣູກ້າ ໂມດິກ ອິວານ ເປຣິຊິບ ຮ່ວມກັບເເກນຫຼັກມາເຕໂອ ໂຄວາຊິສ ເເລະມາໂຊໂຣ່ ໂບໂຊວິສຄຸມຈັງຫວະເກມເເດນກາງອັນເປັນຈູດເເຂງຂອງໂຄເອເຊຍຈະມີປ່ຽນກໍ່ພຽງຕຳເເໜ່ງຣິມເສັ້ນຝັ່ງຂວາໃຫ້ນິໂຄລ່າ ວາລາຊີສໂຊຟອມເດັ່ນໃນເກມກັບບາຊິວລົງມາເເທນມາຮິໂອ ປາຣາຊີສທີ່ຈະເໝາະກັບການລົງມາໄລ່ບົດຊ່ວງທ້າຍເກມຫຼາຍກວ່າ ສ່ວນໜ້າເປົ້າຍັງເປັນໜ້າທີ່ຂອງອັງເດວ ຄາມາຮິສຢືນຄ້ຳຫອກຖ້າສວນກັບຕາມຖະໜັດເຊັ່ນເດີມ
ຜົນງານທີມຊາດໂຄເອເຊຍໃນບານໂລກ 2022
23 ພະຈິກ 2022 ຮອບເເບ່ງກຸ່ມ ໂມຣອກໂກ 0-0 ໂຄເອເຊຍ
27 ພະຈິກ 2022 ຮອບເເບ່ງກຸ່ມ ໂຄເອເຊຍ 4-1 ເເຄນນາດາ
1 ທັນວາ 2022 ຮອບເເບ່ງກຸ່ມ ໂຄເອເຊຍ 0-0 ເບວຢ້ຽມ
5 ທັນວາ 2022 ຮອບ16ທີມ ຍີ່ປຸ່ນ 1-1 ໂຄເອເຊຍ
(ໂຄເອເຊຍຊະນະຈຸດໂທດ 4:2)
ລີໂອເນສ ສະຄາໂລນີ່ຈະຟ້າວປິດເກມໃນ 90ນາທີ ຈະບໍ່ມີທາງປ່ອຍໃຫ້ເກມຍືດເຍຶ້ອເດັດຂາດເພາະຮູ້ຜິດຂອງການດວນຈຸດໂທດຂອອງໂຄເອເຊຍດີ ເເຕ່ກໍ່ມີຕົວຢ່າງຈາກປີ 2018ເກມນັ້ນອາເຈນຕິນ່າດັນເກມຣຸກຈົນໂດນສວນຄື່ງທາງຫຼັງເຖິງ 3ປະຕູ ການເລັ່ງເກມຂອງພວກເຂົາຈະເປັນເອກະລັກຄ່ອຍໆ ເຊດບານເຖິງໜ້າປະຕູເເລ້ວໃຊ້ຄວາມສາມາດສະເພາະຕົວຂອງນັກເຕະພິກເຂົ້າເຮັດພື້ນທີ່ສຸດທ້າຍບໍ່ເຖິງກັບດັນຂື້ນສູງເຕັມສູບ ຈຸດສັງເກດຂອງໂຄເອເຊຍຄືຜ່ານບາຊິວມາໄດ້ກໍ່ຈິງເເຕ່ເເນວຮັບວ່າກັນຕາມຕົງຕາມພາບທີ່ເຫັນຄືບໍ່ໄດ້ໜຽວຈົນບໍ່ມີຊ່ອງເຈາະບາຊິວຫາໂອກາດເຂົ້າຮເຮັດຍິງຕົງກອບເຖິງ 11ຄັ້ງເເຕ່ເຮັດບໍ່ໄດ້ເອງຫາກປ່ຽນເປັນເມສຊີຍິງລະ ເຊື່ອວ່າຄວາມສຽບຂາດເເນວລຸກຟ້າຂາວຈະສ້າງຈຸດພິກຜັນຂອງເກມໄດ້ເເລະມີປະຕູທີ່ຕ້ອງການກ່ອນເນັ້ນຄຸມພື້ນທີ່ປິດເກມປະຕູດຽວພຽງພໍສຳລັບເເມັດນີ້
ສະກໍທີ່ຄາດ : ອາເຈນຕິນ່າ 1-0 ໂຄເອເຊຍ
ທັດສະນະ :ຟ້າຂາວເລັ່ງເຄື່ອງຈົບໃນ 90ນາທີ
Tips :ອາເຈນຕິນ່າເຄີຍຫຼີ້ນສະໜາມລູເຊວ ໄອຄໍນິກ ສະເຕດ້ຽມທີ່ຈະໃຊ້ເເຂ່ງຂັນມາເເລ້ວ 3 ນັດ
ລາມເຖິງເກມຫຼ້າຊຸດທີ່ຊະນະເນເທີເເລນໄດ້ຄວາມຄຸ້ນຊິນໄດ້ປຽບທີ່ໂຄເອເຊຍທີ່ເພິ່ງເຄີຍຫຼີ້ນເປັນຄັ້ງທຳອິດ